About the Journal

Journal of Teacher Education and Innovation Development (JTEID)

STTC Logo
ວິທະຍາໄລຄູສະຫວັນນະເຂດ
Savannakhet Teacher Training College

ຄຳນຳ (Preface)

ການສຶກສາໃນສະຕະວັດທີ 21 ບໍ່ພຽງແຕ່ແມ່ນການຖ່າຍທອດຄວາມຮູ້ ແຕ່ແມ່ນຂະບວນການສ້າງສັນນະວັດຕະກຳ ແລະ ການຫັນປ່ຽນຢ່າງຮອບດ້ານ. ໃນທ່າມກາງກະແສການປ່ຽນແປງຂອງໂລກຍຸກດິຈິຕອນ, "ການສຶກສາຄູ ແລະ ການສ້າງນະວັດຕະກຳ ໄດ້ກາຍເປັນປັດໄຈຊີ້ຂາດ ແລະ ເປັນຫົວໃຈສໍາຄັນທີ່ບໍ່ສາມາດແຍກອອກຈາກກັນໄດ້ ໃນການຍົກລະດັບຄຸນນະພາບຊັບພະຍາກອນມະນຸດ.

ວາລະສານການສຶກສາຄູ ແລະ ການພັດທະນານະວັດຕະກຳ (Journal of Teacher Education and Innovation Development(JTEID)) ຖືກສ້າງຕັ້ງຂຶ້ນໂດຍ ວິທະຍາໄລຄູສະຫວັນນະເຂດ ດ້ວຍຄວາມມຸ່ງຫວັງທີ່ຈະເປັນເວທີທາງວິຊາການລະດັບຊາດ ແລະ ພາກພື້ນ ໃນການນຳສະເໜີແນວຄິດໃໝ່, ເຕັກນິກການສອນທີ່ທັນສະໄໝ ແລະ ການປະຍຸກໃຊ້ເຕັກໂນໂລຊີເຂົ້າໃນການສຶກສາ.

ສິ່ງນີ້ສອດຄ່ອງກັບວິໄສທັດຂອງວິທະຍາໄລຄູສະຫວັນນະເຂດ ທີ່ມຸ່ງເນັ້ນການເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ໃສ່ໃຈການວິໄຈ ແລະ ເຊື່ອມໂຍງກັບມາດຖານສາກົນ.

ຈຸດປະສົງຫຼັກຂອງວາລະສານ

1. ເປີດໂອກາດ ແລະ ສົ່ງເສີມ

ໃຫ້ຄູ-ອາຈານ, ນັກການສຶກສາ, ນັກວິຊາການ ແລະ ນັກຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຜີຍແຜ່ຜົນງານການຄົ້ນຄວ້າ ແລະ ບົດຄວາມວິຊາການ ທີ່ກ່ຽວຂ້ອງກັບການຍົກລະດັບການສຶກສາຄູ.

2. ເປັນແຫຼ່ງຄວາມຮູ້ໃໝ່

ໃຫ້ແກ່ຜູ້ທີ່ສົນໃຈ ສາມາດນຳໄປສຶກສາ, ຕໍ່ຍອດ ແລະ ໝູນໃຊ້ເຂົ້າໃນການພັດທະນາການສຶກສາຂອງລາວໃຫ້ມີປະສິດທິພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິໄຈ.

ທຸກບົດຄວາມທີ່ໄດ້ຮັບການຕີພິມໃນວາລະສານສະບັບນີ້ ໄດ້ຜ່ານການກວດແກ້ ແລະ ພິຈາລະນາຢ່າງເຂັ້ມງວດຈາກຜູ້ຊົງຄຸນວຸດທິ (Peer Review) ເພື່ອຮັບປະກັນຄວາມຖືກຕ້ອງຕາມຫຼັກວິຊາການ. ບົດຄວາມທັງໝົດຖືເປັນລິຂະສິດຂອງ ວິທະຍາໄລຄູສະຫວັນນະເຂດ; ການນຳໃຊ້ຂໍ້ມູນຈະຕ້ອງໄດ້ຮັບອອະນຸຍາດ ແລະ ປະຕິບັດຕາມຫຼັກການອ້າງອີງເອກະສານຢ່າງຖືກຕ້ອງ.

ກຳນົດການຕີພິມ (ປີລະ 2 ສະບັບ)
ສະບັບທີ 1: ສິງຫາ - ມັງກອນ ສະບັບທີ 2: ກຸມພາ - ກໍລະກົດ

"ຄະນະຜູ້ຈັດທຳ ຫວັງຢ່າງຍິ່ງວ່າ ວາລະສານສະບັບນີ້ຈະເປັນປະໂຫຍດແກ່ຜູ້ອ່ານທຸກທ່ານ"

ເຂົ້າສູ່ເວັບໄຊທາງການ
ເວັບໄຊທາງການ: jteid.sttc.edu.la
ວິທະຍາໄລຄູສະຫວັນນະເຂດ, 5 ມັງກອນ 2026